Aormor in china
Review ກ່ຽວກັບການຢູ່ຈີນ
06/04/2025
ມີໃຜເຄີຍກິນບໍ່ຂະຫນົມນີ້ຢູ່ຈີນ 🤣 ອະທິບາຍລົດຊາດບໍ່ຖືກ 🤦🏻♀️
#ຢູ່ຈີນ #ນັກຮຽນຈີນ
03/04/2025
•ນີ້ຄືແອັບທີ່ເປັນຂໍ້ສອບແທ້ໆເລີຍ ໃຜຢາກຝຶກເສັງ HSK1-2-3-4-5-6 ໂຫຼດມາໃຊ້ເລີຍ 🖇️ ແນະນໍາໃຫ້ໄປຝຶກເລີຍ ເຂົາເອງກໍຝຶກຈາກແອັບນີ້ນໍາຄືກັນ
📍ໃຊ້ຟຣີ
📍ຈັບເວລາຄືເສັງແທ້
📍ກວດຄະແນນໃຫ້ພ້ອມ
📍ອອກຄືຂໍ້ສອບແທ້ເລີຍ
#ຮາວທູເສັງHSK
29/03/2025
Reviewແຊປະສົບການ ການເສັງ HSK4 (ສະບັບຄົນມີເວລາຫນ້ອຍ,ຈໍາກັດ) 📍🖇️
-ມີພື້ນຖານມາແລ້ວເລັກຫນ້ອຍ (HSK4ບໍ່ມີເລີຍ) 😆ອັນທີ່ຈິງຮຽນແລ້ວ2-3ບົດແຕ່ລືມ 😵💫 ເລີຍເລີ່ມໃຫມ່
“ເຂົາມີເວລາກຽມໂຕ20-22ມື້ (ບໍ່ຮອດເດືອນ)”
‼️ເຂົາເຮັດຕາມນິ :‼️
HSK:
1.ຮຽນມື້ລະບົດ (ມີ20ບົດ :20ມື້)
2.ຝຶກເຮັດຂໍ້ສອບໂຕເກົ່າຂອງທີ່ຜ່ານໆມາ ອັນນີ້ສໍາຄັນແຮງ ຊ່ວຍໄດ້ຫຼາຍເລີຍ , ເຂົາເຮັດໄປທັງຫມົດ 18ບົດ (ໃຜຢາກໄດ້ທັກມາ ດຽວສົ່ງໃຫ້ໄປຝຶກເຮັດ)
3.ຕັ້ງໃຈ ມຸ່ງມັ່ນ ຕັ້ງເປົ້າຫມາຍ
4.ບໍ່ສົນໃຈຫຍັງເລີຍ ຮຽນກ່ອນ ເອົາເລື່ອງຮຽນເປັນຫຼັກ ຊິມີຫຍັງເຂົ້າມາກໍຕາມຕັດໄປກ່ອນ ຮຽນກ່ອນ 🤣
5.ຕອນເຊົ້າຕື່ນມາເຮັດທຸລະສ່ວນໂຕແລ້ວ ກິນເຂົ້າຫຼັງຈາກນັ້ນຮຽນ , ຮອດຕອນສວາຍກິນເຂົ້າແລ້ວກະກັບມາຮຽນຕໍ່ , ຮອດຕອນແລງກິນເຂົ້າອາບນໍ້າກະມາຝຶກເຮັດຂ້ໍສອບ ແລ້ວການອນ
6. ເຂົາຈະນອນໄວຕື່ນເຊົ້າ ເພາະການທີ່ນອນເດິກມັນເຮັດໃຫ້ການຈື່ຂອງເຮົາມັນຂ່ອນຂ້າງຈື່ຍາກ (ອັນນີ້ກະແລ້ວແຕ່ຄົນ ສະດວກໃຜມັນ)
7.ຕອນຝຶກເຮັດຂໍ້ສອບຖ້າເຈີຄໍາສັບໃດບໍ່ໄດ້ ເຂົາກະໄຮໄລ້ໄວ້
8.ພາກໃດທີ່ເປັນຈຸດອ່ອນ ເຂົາຈະເຮັດພາກນັ້ນ ຊໍ້າໄປຊໍ້າມາ ເຮັດຫຼາຍເປັນພິເສດ
(ເຊິ່ງເຂົາອ່ອນພາກຂຽນ ເບິ່ງຈາກຄະແນນກະຮູ້ 🥲)
9.ເຮັດຕາມທີ່ເຂົາເວົ້າມາເທິງນີ້ ຊໍ້າໆ ທຸກມື້
10.ບໍ່ຕ້ອງຄຽດ ບໍ່ຕ້ອງທ້ໍ ຄ່ອຍໆເຮັດ ສໍາຄັນຄືການເຮັດຊໍ້າໆ
HSKK:
-ຄືເຫັນເຂົາມີເວລາຫນ້ອຍ ພາກນີ້ເລີຍບໍ່ໄດ້ຕຽມໂຕເລີຍ ເອົາແບບຜ່ານໆ😬
-ຕອນເສັງກະເວົ້າລ່າຍໄປເລີຍ ຄິດອອກອັນໃດກະເວົ້າ 🤣
📍ຄະແນນຍັງບໍ່ອອກ📍
ວິທີທີ່ເຂົາເຮັດນີ້ໃຊ້ໄດ້ສໍາລັບຄົນເວລາຈໍາກັດ,ເວລາຫນ້ອຍ ແຕ່ໃຜມີເວລາຫຼາຍກໍຄ່ອຍໆເຮັດ ບໍ່ຈໍາເປັນຕ້ອງຮຽນຫມົດມື້ຄືເຂົາກໍໄດ້ 🖇️
(ໃຜຢາກຮູ້ປະສົບການແຕ່ເລີ່ມ HSK1 ກະຫຼັງໄມເນີ້ ເຂົາຮຽນເວລາສັ້ນໆເອງ)
ທ້າຍສຸດຈັງໃດກໍຕາມ ຖ້າເຮົາຕັ້ງໃຈເຮົາຫາກເຮັດໄດ້ 🙏🏻🩵 (ຝາກຕິດຕາມແນ່ເດີ້ ດຽວມາແຊປະສົບການຂອງໂຕເອງໃຫ້ຟັງ ) 😹 Next station HSK5 😇
Click here to claim your Sponsored Listing.
Category
Website
Address
Alerts
Be the first to know and let us send you an email when Aormor in china posts news and promotions. Your email address will not be used for any other purpose, and you can unsubscribe at any time.
