Love STK
ແພດທາງເລືອກສຸຂະພາບທີ່ດີຂອງຄົນທີທ່ານຮັກ, ທ່ານເອງສຸຂະພາບແລະການຮັກສາປິ່ນປົວພະຍາດຕ່າງໆ
07/03/2024
ສຸກສັນວັນແມ່ຍິງສາກົນ
International Worker's Day
ປີນິ້ຂໍໃຫ້ແມ່ທຸກຄົນມີຄວາມສຸກຫລາຍໆ, ມີສຸຂະພາບແຂງແຮງ ລໍ່າລວຍເງິນ,ທອງເງິນໄຫລນອງທອງໄຫລເຂົ້າເດີ
#ວັນແມ່ຍິງສາກົນ
#Women's Day
19/12/2023
ສະບາຍດີ ທາງຄຼີນິກແພດທາງເລືອກ ຂອງພວກເຮົາ
ນອກຈາກກວດລະບົບເລືອດແລ້ວ ທາງຄຼີນິກຍັງ ECHO ນຳອີກ
ລາຄາແຕ່ລະລາຍການ ECHO ແມ່ນແຕກຕ່າງກັນ
ສົນໃຈຈອງຄິວກວດ ແລະ ສອບຖາມລາຍລະອຽດເພີ່ມເຕີມໄດ້:
ເບີໂທແລະເບີວອດແອັບ📲02097961634, 02076718933
19/12/2023
ສະບາຍດີ ທາງຄຼີນິກແພດທາງເລືອກ ຂອງພວກເຮົາ
ນອກຈາກກວດລະບົບເລືອດແລ້ວ ທາງຄຼີນິກຍັງ ECHO ນຳອີກ
ລາຄາແຕ່ລະລາຍການ ECHO ແມ່ນແຕກຕ່າງກັນ
ສົນໃຈຈອງຄິວກວດ ແລະ ສອບຖາມລາຍລະອຽດເພີ່ມເຕີມໄດ້:
ໂທເບີໂທແລະເບີແອບ02097961634, 02076718933
07/10/2023
ບົດກອນ “ອວຍພອນຄູ”
ຂໍມອບກອນບົດນີ້ ຍໍຍື່ນຍັງຄູ
7ຕຸລາວຽນມາ ຢ່ອງເຢືອນຢາມຢື້
ຂໍຍໍມືນົບໄຫວ້ ສົ່ງພອນໄຊປະເສີດ
ແກ່ຄູລາວທົ່ວຄ້າຍ ເດີນພາຍໜ້າຮຸ່ງກວ່າຫຼັງ ນັ້ນທ້ອນ...
07/ຕຸລາ/2023
ບົດກອນ “ອວຍພອນຄູ”
ຮຽມ ຂໍຍໍມືນອບນ້ອມ..... ເໜືອສຽນວັນທາ
ມີມາລາດວງຫອມ........... ກາບກອນກະວີມາຕ້ອນ
ຂໍອວຍພອນແດ່ເຈົ້າ.........ຄຸນຄູຜູ້ສອນສັ່ງ
ສຸກສົມຫວັງຂໍໃຫ້ມາໂຮມເຕົ້າ.....ຢ່າໝອງເສົ້າເກົ່າສີ
ຄຸນຄູມີມາກລົ້ນ........... ສູງສົ່ງພະສຸທາ
ລ້ານເພັດນິນຈິນດາ.......ບໍ່ປຽບປູນປານຄຸນເຈົ້າ
ນັບເອົາດິນ ແລະ ຟ້າ ....ມະຫາທີອັນກ້ວາງໃຫ່ຍ
ມາຊັ່ງຊາກໍບໍ່ໄດ້.......... ຄຸນເຈົ້າປະເສີດສູງ ຄູເອີຍ
ເຈັດຕຸລາປີນີ້.............ຂໍ ອວຍແດ່ພອນໄຊ
ໄປຍັງຄູ-ອາຈານ........ຜູ້ສອນສົ່ງຄວາມຮູ້
ຂໍຈົ່ງສຸກຢູ່ສ້າງ............ຊີວາເກັ່ງກ້າແກ່ນ
ເງິນໝື່ນແສນໃຫ້ໂຮມເຕົ້າ......ຫຼັ່ງໄຫຼເຂົ້າຢ່າຂາດສາຍ
ທ້າຍນີ້ ຂໍໂອຍພອນແດ່ເຈົ້າ...... ຄຸນຄູບາອາຈານ
ໃຫ້ທ່ານມີຄວາມສຸກ......ຢູ່ສະບາຍກາຍເນື້ອ
ອັນວ່າໂລຄາຮ້າຍ.......ຫວັດໄອຈົ່ງໄກຫ່າງ
ສຸຂະວັນນະຂໍຈົ່ງໃຫ້ຮຸ່ງແຈ້ງ...ອາຍຸໝັ້ນຍືນສະຖຽນ
ເດີ….ຄູ….ເດີ
08/09/2023
ເຮົາໄປເບິ່ງ7 ພືດຕິກຳທຳລາຍຕັບ
#ຄົນຮັກສຸຂະພາບແລະຄວາມງາມ
06/09/2023
➡️ເຮົາມາເບິ່ງໜ້າທີຂອງຕັບວ່າມີຫຍັງແດ່
ຕັບເປັນອະໄວຍະວະໜຶ່ງທີ່ສຳຄັນທີ່ເຮັດໜ້າທີ່ຫຼາຍໆຢ່າງປຽບຄືກັບໂຮງງານໃຫຍ່ຂອງຮ່າງກາຍທີ່ຄ່ອຍສັ່ງການແລະຊ່ວຍເຫຼືອອະໄວຍະວະອື່ນໆເນື່ອງຈາກຕັບເປັນອະໄວຍະທີ່ເຮັດວຽກກ່ຽວຂ້ອງເຊື່ອມໂຍງກັບລະບົບຕ່າງໆທົ່ວຮ່າງກາຍ ແລະໜ້າທີ່ຂອງຕັບນັ້ນທີ່ບໍ່ສາມາດໃຫ້ໃຜມາເຮັດແທນໄດ້ເຮົາຈິງຄວນດູແລແລະບຳລຸງຕັບເປັນພິເສດນັ້ນເອງ.
ຕັບມີໜ້າທີ່ຫຼັກໆ 4 ໜ້າທີ
1. ປ່ຽນໂຄງສ້າງອາຫານໃຫ້ຢູ່ໃນຮູບແບບທີ່ເຊວຕ່າງໆຂອງຮ່າງກາຍສາມາດນຳໄປໄດ້ເຊັ່ນ: ຕັບເຮັດໜ້າທີ່ແປຫຼືປ່ຽນນໍ້າຕານກູໂຄສ໌ໃຫ້ເປັນສານອາຫານ ໄກລໂຄເຈັນ ຫຼັງຈາກນັ້ນຈິງນຳໄກໂຄເຈັນມາເກັບສະສົມໄວ້ຢູ່ຕັບແລະເມື່ອໃດທີ່ທາດນໍ້າຕານໃນເລືອດຕໍ່າລົງຫຼືຮ່າງກາຍຕ້ອງການພະນັກງານຕັບຈະແປໄກໂຄເຈັບໃຫ້ກັບໄປເປັນກູໂຄສ໌ນຳໄປຫຼ່ໍລ້ຽງຈຸລັງເຊວຕ່າງໆຂອງຮ່າງກາຍ.
2.ເຮັດໜ້າທີ່ໃນການສະສົມສະບຽງອາຫານໃຫ້ຮ່າງກາຍເພື່ອສຳຮອງໄວ້ແລ້ວດືງອອກມາໃຊ້ໃນຍາມຈຳເປັນຫຼືໃນຍາມຮ່າງຕ້ອງການພະລັງງານໂດຍຕັບຈະສະສົມໄກໂຄເຈັນທີ່ແປມາຈາກນໍ້າຕານ ກູໂຄສ໌ລວມເຖິງສະສົມທາດເຫຼັກທີ່ເກິດຈາກການສະຫລາຍຕົວຂອງຣີໂຣໂກບິນໃນເມັດເລືອດແດງເພື່ອກັບໄປສ້າງຮີໂຣໂກບີນ ນອກຈາກນີ້ຕັບຍັງສະສົມວິຕາມີນເອ, ວິຕາມິນD, ວິຕາມີນB12ແລະທອງແດງອີກດ້ວຍ.
3.ເຮັດໜ້າທີ່ໃນການຂັບທາດເບື່ອຫຼືສານພິດອອກຈາກຮ່າງກາຍ
ຕັບເຮັດໜ້າທີ່ໃນການຂັບຂອງເສຍສານພິດ,ທາດເບື່ອໂດຍເຮັດໜ້າທີ່ໃນການຂັບສານພິດທີ່ລຳໄສ້ດູດຊືມເຂົ້າໄປໃນກະແສເລືອດແລະສານພິດເຫຼົ່ານີ້ເດີນຜ່ານຕັບຕັບກໍຈະທຳລາຍຖິ້ມທັນທີດ້ວຍການຂັບອອກທາງປັດສະວະສານພິດທີ່ເປັນອັນຕະລາຍໄດ້ແກ່:ແອັມໂມເນຍ, ເອລກໍຮໍ,ຄາບອນຕາຄໍໄຣແລະຄໍໂຣຟອມເປັນຕົ້ນ.
4.ເຮັດໜ້າທີ່ໃນການສ້າງນໍ້າດີ
ຕັບເຮັດໜ້າທີ່ໃນການສ້າງນໍ້າດີແລ້ວນໍາໄປເກັບໄວ້ຢູ່ທໍ່ນໍ້າດີເພື່ອໄປຊ່ວຍຍ່ອຍສະຫຼາຍອາຫານແລະໄຂມັນ.
#ຄົນຮັກສຸຂະພາບແລະຄວາມງາມ
04/09/2023
ເຮົາມາເບິ່ງ8ອາການຂອງພະຍາດຕັບ
#ຄົນຮັກສຸຂະພາບ
30/08/2023
3 ພຶດຕິກຳສ່ຽງທີ່ອາດເຮັດໃຫ້ເກີດມະເຮັງເຕົ້ານົມ ຖ້າທ່ານມີຄວາມສ່ຽງເຫຼົ່ານີ້ອາດເປັນສັນຍານເຕືອນຂອງການເກີດພະຍາດມະເຮັງເຕົ້ານົມໄດ້.
1.ດື່ມເຫຼົ້າ ແລະ ສູບຢາເປັນປະຈຳ
ຖ້າບໍ່ຢາກສ່ຽງເປັນມະເຮັງເຕົ້ານົມທາງເລືອກທີ່ດີຄື ເລີກສູບຢາພ້ອມກັບຫຼຸດພຶດຕິການດື່ມແອລກໍຮໍເຫຼົ້າ-ເບຍເຄື່ອງດື່ມທີ່ທີທາດເຫຼົ້າ
2.ກິນຢາຄຸມກຳເນີດຕິດຕໍ່ກັນເປັນເວລາດົນ
ສາວໆທີ່ກິນຢາຄຸມກຳເນີດຕິດຕໍ່ກັນເປັນເວລາດົນ ມີຄວາມສ່ຽງເປັນມະເຮັງເຕົ້ານົມສູງ.
3.ນ້ຳໜັກໂຕເກີນປ່ອຍໃຫ້ຕຸ້ຍ
ຜູ້ຍິງຕຸ້ຍມັກຈະມີຮໍໂມນເອສໂຕຼເຈນຫຼາຍກວ່າປົກກະຕິເຮັດໃຫ້ມີຄວາມສ່ຽງສູງຂຶ້ນຕາມນ້ຳໜັກໂຕ ແລະ ໄຂມັນທີ່ເພີ່ມຂຶ້ນ.
ດັ່ງນັ້ນເຮົາຄວນໝັ່ນກວດເຕົ້ານົມດ້ວຍໂຕເອງເປັນປະຈຳທຸກເດືອນ ແລະ ກວດໂດຍເຄື່ອງແມມໂມແກຼມເມື່ອອາຍຸ 35 ປີຂຶ້ນໄປ ຖ້າພົບຄວາມຜິດປົກກະຕິຈະໄດ້ເຮັດການປິ່ນປົວຢ່າງທັນທ່ວງທີ
" ການປ້ອງກັນທີ່ດີທີ່ສຸດຄື ການກວດພົບໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ແລະຮັບການປິ່ນປົວ "
#ເພື່ອສຸຂະພາບທີ່ດີ
28/08/2023
➡️ສາມາດສັງເກດອາການຂອງຕົນແລະຫຼີກລ່ຽງອາຫານທີ່ເປັນຕົ້ນເຫດເຮັດໃຫ້ເປັນປາດົງຂໍ້
#ປາດົງຂໍ້ຮັກສາຖືກວິທີຫາຍດີຖາວອນໄດ້
26/08/2023
👉ປາດົງຂໍ້ ເກິດຈາກພາວະກົດຢູລິກ( Uric acid)ໃນເລືອດສູງຕິດຕໍ່ກັນເປັນເວລາດົນ ຈົນເກິດເປັນຜະລືກຕົກຄ້າງຢູ່ຕາມຂໍ້ຕ່າງໆ ເຮັດໃຫ້ເກິດມີການອັກເສບ, ອອກຮ້ອນ, ປວດບວມຢ່າງຮຸນແຮງເພາະວ່າກົດຢູລິກປຽບຄືຂອງເສຍໃນຮ່າງກາຍທີ່ເຫຼືອຈາກການກຳຈັດເຊວ(Cells) ທີ່ໝົດອາຍຸໂດຍໄດ້ຮັບກົດຢູລີກ(Uric acid)ຈາກການກິນອາຫານໃນແຕ່ລະມື້ເນື່ອງຈາກໃນອາຫານຈະມີສານພິວຣີນ(Purine) ຫລັງຈາກເກິດເຜົາພານແລ້ວມີສິ່ງເສດເຫຼືອທີ່ເອິ້ນວ່າ ກົດຢູລິກ(Uricacid).
➡️ຮ່າງກາຍໄດ້ຮັບກົດຢູລິກຈາກອາຫານ
▫️ການຮັບປະທານອາຫານທີ່ກົດຢູລິກສູງເຊັ່ນ: ຊີ້ນສັດ, ເຄື່ອງໃນສັດ, ສັດປ່າ, ສັດປີກ, ອາການທະເລ,ເຄື່ອງດື່ມທີ່ມີສານຊືມເມົາເຫຼົ້າເບຍ ແລະເຄື່ອງດື່ມທີ່ມີນໍ້າຕານຟຸຣກໂຕສ໌
▫️ອາການເຈັບປ່ວຍທີ່ມີຜົນຕໍ່ການສ້າງເຊວເຊັ່ນ: ມະເຮັງ,ມະເຮັງເມັດເລືອດຂາວ, ສະເກັດເງິນ
▫️ພະຍາດທີ່ກະຕຸ້ນຮ່າງກາຍສ້າງກົດຢູລິກຫຼາຍກວ່າປົກກະຕິໃນຂະນະດຽວກັນກໍບໍ່ສາມາດກຳຈັດກົດຢູລິກອອກຈາກຮ່າງກາຍເຊັ່ນ: ໂຣກອ້ວນ, ເບົາຫວານ, ຄວາມດັນເລືອດສູງແລະໄຂ່ຫຼັງ
▫️ຢາບາງຊະນິດທີ່ມີຜົນຕໍ່ໄຂ່ຫຼັງເຮັດໃຫ້ໄຂ່ຫຼັງບໍ່ສາມາດຂັບກົດຢູລິກອອກທາງປັດສະວະໄດ້
🔸ອາການຂອງຄົນເປັນປາດົງຂໍ້
- ມີອາການປວດ, ບວມແດງ-ອອກຮ້ອນມີຕູດຕະປູດຕະປິດບໍລິເວນຕາມຂໍ້ຕ່າງໆເຊັ່ນ:
- ປວດຕາມນີວມື
- ປວດນີວຂໍ້ມື
- ປວດຕາມຂໍ້ສອກ
- ປວດຫົວເຂົ່າ
- ປວດຕາມນີ້ວຕີນ
- ປວດຕາມຂໍ້ຕີນ
- ຂໍ້ເສື່ອມຂໍ້ອັກເສບ
- ມີກົດຢູລີກສູງ
➡️ຄວາມອັນຕະລາຍແລະຄວາມສ່ຽງຂອງປາດົງຂໍ້
ປາດົງຂໍ້ຖ້າຮັກສາບໍ່ຖືກວິທີມີຄວາມສ່ຽງແລະມີພະຍາດອື່ນໆແຊກຊ້ອນ
1️⃣ເຮັດໃຫ້ຂໍ້ອັກເສບ
2️⃣ ຂໍ້ພິການຜິດຮູບ
3️⃣ ໄຂ່ຫຼັງເສື່ອມ
4️⃣ ກະເພາະອາຫານເປັນແຜ
5️⃣ ໂຣກເລືອດຈາງ
6️⃣ ໂຣກຂາດສານອາຫານ
ນອກຈາກນີ້ອາດເຮັດນີ້ວມືນີ້ວຕີນລ໊ອກກາຍເປັນອຳມະພືກ-ອຳມະພາດໄດ້.
🔸ອາຫານທີ່ຄົນເປັນປາດົງຂໍຄວນຫຼີກລ້ຽງ
- ເຫຼົ້າເບຍ
- ເຄື່ອງໃນສັດ
- ຊີ້ນສັດປ່າທຸກປະເພດ
- ສັດປີກ
- ອາຫານທະເລ
- ອາຫານທີ່ໄຂມັນສູງ
🔸ອາຫານທີ່ຄົນເປັນປາດົງຂໍ່ຄວນກິນມີ:
✅ ກິນຜັກແລະໝາກໄມ້ໃຫ້ຫຼາຍ
✅ ກິນອາຫານໃຫ້ຄົບ 5 ໝູ່
✅ ຄວນດື່ມນ້ຳໃຫ້ຫຼາຍ 3 ລິດຂຶ້ນໄປເພື່ອຂັບຖ່າຍກົດຢູລິກອອກທາງປັດສະວະ.
24/08/2023
➡️ ເຮົາມາເບິ່ງ9 ຊະນິດອາຫານທີ່ໄຂມັນດີ(HDL)ວ່າມີຫຍັງແດ່....?
1. ໄຂ່ໄກ່:🥚
ໄຂ່ໄກ່ມີໄຂມັນດີຢູ່ຈຳນວນຫລວງຫລາຍໂດຍສະເພາະໄຂ່ແດງເຮົາສາມນຳໄປທອດ, ຕົ້ມ, ຫຼວກກໍຍັງຄົງໄຂມັນດີ, ທາດເຫຼັກ,ແລະວິຕາມີນບີ(B)ດັ່ງນັ້ນ,ເຮົາຄວນກິນໄຂ່ມື້ໜຶ່ງໃຫ້ໄດ້ 2 ໜ່ວຍ.
2.ຊີ້ນປາ
ເນື້ອປາຊະນິດຕ່າງໆໂດຍສະເພາະປາເຊວມອນຫຼືປານໍ້າເລີກຈະມີໄຂມັນດີ, ໂອເມກາ3(Omega 3)ເຊິ່ງມີຜົນດີຕໍ່ຫົວໃຈແລະສາມາດລຸດການເຈັບປ່ວຍໄດ້ເຊັ່ນ: ໂຣກຫົວໃຈ, ໂຣກສະໝອງເສື່ອມ, ແລະໂຣກຊືມເສົ້າ,
3.ນໍ້າມັນໝາກກອກ
ນໍ້າມັນໝາກກອກທີ່ເຮົານຳມາປຸງອາຫານມີກົດໄຂມັນທີ່ເປັນປະໂຫຍດຕໍ່ຮ່າງກາຍຈະຊ່ວຍລຸດການອັກເສບໄດ້ເປັນຢ່າງດີແລະຍັງໄດ້ໄຂມັນດີມີບໍ່ມີອັນຕະລາຍຕໍ່ຮ່າງກາຍແລະດີຕໍ່ສຸຂະພາບອີກດ້ວຍ.
4.ນໍ້າມັນໝາກພ້າວ 🥥
ຜົນການສຶກສາພົບວ່າໃນໝາກພ້າວມີກົດໄຂມັນອີ່ມຕົວ(90%ຂອງກົດໄຂມັນທັງໝົດ)ເຊິ່ງກົດໄຂມັນມີຂະໜາດໂມເລກຸນປານກາງ(Medium Chain Fatty acid) ເມື່ອກິນເຂົ້າໄປບໍ່ໄດ້ເຮັດໃຫ້ໄຂຊະນິດຮ້າຍ(LDL)ເພີ່ມຫຼາຍຂຶ້ນແຖມຍັງເພີ່ມໄຂມັນດີ(HDL)ຈິງສົ່ງຜົນການເປັນໂຣກຫົວໃຈ, ໂຣກຫຼອດເລືອດອຸດຕັນອັນເກິດຈາກການມີໄຂມັນຮ້າຍຢ່າງ(LDL)ລຸດລົງ.
5.ສາລີ🌽 🌽
ໃນສາລີຊ່ວຍໃຫ້ຮ່າງກາຍດູດຊືມໄຂມັນຮ້າຍ(LDL)ໄດ້ໜ້ອຍລົງສ່ວນໄຂມັນດີ( HDL)ຈະດູດຊືມໄດ້ງ່າຍຈິງເຮັດໃຫ້ລຸດຄວາມສ່ຽງເກິດຫຼອດເລືອດໂຣກຫົວ ນອກຈາກນີ້,ນໍ້າມັນໝາກມີໄຂມັນອີ່ມຕົວທີ່ເໝາະສົມຕໍ່ຄວາມຕ້ອງການຂອງຮ່າງກາຍອຸດົມໄປດ້ວຍກົດໄຂມັນໂອເມກາ3 ຊ່ວຍລຸດຄໍເລັດເຕີຣອລ(Cholesterol) ໄດ້ເປັນຢ່າງດີ.
6.ອາໂວກາໂດ 🥑
ອາໂວກາໂດມີແຫຼ່ງໄຂມັນຊັ້ນດີໃນອາໂວກາໂດ1 ໜ່ວຍຈະໄຂມັນດີເຖິງ77%ເຊິ່ງແຕກຕ່າງຈາກໄມ້ໄມ້ຊະນິດອື່ນທີ່ບາໂບຮາຍເດຣສ໌ (Carbohydrates)ເປັນຫຼັກແຕ່ໃນອາໂວກາໂດຍັງປະກອບດ້ວຍ ໂພແທັດຊຽມແລະໄຟເບີຖືໄດ້ວ່າເປັນອາຫານຊັ້ນເລີດ.
7.ງາດຳ(Sesamin)
ໃນງາດຳເປັນພືດເມັດນ້ອຍໆແຕ່ມີມີປະໂຫຍດມະຫາສານຈົນໄດ້ຮັບການຂະໜານນາມວ່າ" ຣາຊານີແຫ່ງພືດນໍ້າມັນລາຊັນ" ຊ່ວຍການເຜົາພານສະລ່າຍໄຂມັນ, ເຮັດໃຫ້ລະດັບໄຂມັນຢູ່ເກນປົກກະຕິພໍດີ,ລຸດຄວາມອ້ວນສ້າງກ້າມເນື້ອມໃຫ້ແຂງແຮງ, ລຸດການຊືມການສັງເຄາະຄໍເລັດເຕີຣອລ (Cholesterol) ຊ່ວຍລຸດການເສື່ອມຂອງເຊວລ໌,ໄປຟື້ນຟູ,ສ້ອມຊ້ອມຈຸລັງເຊວທີ່ເສື່ອມກັບມາເປັນປົກກະຕິແລະແຂງແຮງ, ຊ່ວຍໃນການທຳງານຂອງວິຕາມີນອີ, ລຸດຄວາມຄຽດ ວິຕົກກັງວົນ, ຕ້ານອະນຸມຸນອິດສະລະ, ຕ້ານການອັກເສບ, ຊ່ວຍໄປຢັບຢັ້ງການສ້າງເຊວລ໌ຜິດປົກກະຕິ,ເນື້ອຮ້າຍ,ເຊວລ໌ມະເຮັງຕ່າງໆ, ຕ້ານການອັກເສບແລະບາດແຜໄດ້ເປັນຢ່າງດີ, ຂະຫຍາຍຫຼອດເລືອດເຮັດໃຫ້ຫຼອດເລືອດຂະຫຍາຍຕົວ ເລືອດໄຫຼໝູນວຽນດີລຸດການເກິດຫຼອດເລືອດແຂງໂຕ ຫຼອດເລືອດຕີບແຕກໄດ້ຖືວ່າປະໂຫຍດທະຫາສານອີ່ຫລີ່.
8.ຖົ່ວຊະນິດຕ່າງໆ
ຖົ່ວຫຼາຍຊະນິດເຕັມໄປດ້ວຍໄຂມັນທີ່ມີປະໂຫຍດຕໍ່ຮ່າງກາຍເຊິ່ງປະກອບໄປດ້ວຍວິຕາມີນ, ເກືອແຮ, ໂອເມກາ3 ທີ່ມີຄຸນຄ່າທາງໂພຊະນາການຖ້າກິນຖົ່ວຈະລຸດຄໍເລັດເຕີຣອລ(Cholesterol) ຊ່ວຍເຮັດຫຼອດເລືອດໄດ້ດີ.
9.ເບຄອນ(Bacon 🥓)
ຫລາຍຄົນອາດຈະຄິດວ່າການກິນເບຄອນອາດເຮັດໃຫ້ອ້ວນຂຶ້ນແຕ່ຄວາມຈິງແລ້ວເບຄອນເປັນອາຫານທີ່ມີໂປຣຕິນແລະໄຂມັນດີຕໍ່ຮ່າງກາຍເຊິ່ງຈະໃນການເຜົາພານໄຂມັນ,ອຸດົມໄປດ້ວຍວິຕາມີນB1, B3, ແລະ B12 ລວມທັງສັງກະສີ(Sinc)ຊ່ວຍບຳລຸງຜິວ, ເສັ້ນຜົມແລະດວງຕາອີກດ້ວຍ
#ເພື່ອສຂະພາບດີ.
Click here to claim your Sponsored Listing.
Category
Website
Address
ສູນການຄ້າໄອເຕັກ
Vientiane
